ປະຕິບັດການປາບປາມກຸ່ມຮາມັດ ໃນເຂດແຫຼມກາຊາກ້າວເຂົ້າສູ່ໄລຍະໃໝ່
ສຳນັກຂ່າວຫວຽດນາມລາຍງານ ວັນທີ 30 ຕຸລານີ້ວ່າ: ທ່ານ Yoav Gallant ລັດຖະມົນຕີ ກະຊວງປ້ອງກັນປະເທດ ອິດສະຣາແອນ
ໄດ້ໃຫ້ຮູ້ວ່າປະຕິບັດການປາບປາມກຸ່ມຮາມັດ ຢູ່ເຂດແຫຼມ ກາຊາ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ພາຍຫຼັງທີ່ກອງທັບ ອິດສະຣາແອນ ໄດ້ດຳເນີນ
ການປາບປາມກຸ່ມດັ່ງກ່າວທັງທາງບົກ ແລະ ໃຕ້ດິນໃນຕອນຄ່ຳຂອງວັນທີ 27 ຕຸລາ ທີ່ຜ່ານຢ່າງຕໍ່ເນື່ອງ ແລະ ປະຕິບັດການດັ່ງກ່າວຍັງຈະ
ສືບຕໍ່ດຳເນີນໄປຈົນກວ່າຈະມີຄຳສັ່ງໃໝ່.
ລາຍງານໄດ້ໃຫ້ຮູ້ວ່າ: ປະຕິບັດການປາບປາມກຸ່ມຮາມັດ ໃນເຂດແຫຼມກາຊາ ໃນຄ່ຳຄືນຂອງວັນທີ 27 ຕຸລາ 2023 ທີ່ຜ່ານມາຂອງ ອິດ
ສະຣາແອນ ໄດ້ເຮັດໃຫ້ເກີດຜົນເສຍຫາຍຫຼາຍດ້ານຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນ ປະຊາຊົນຂາດທີ່ຢູ່ອາໄສ.
ນັບແຕ່ວັນທີ 07 ຕຸລາ ທີ່ຜ່ານມາ, ທີ່ອິດສະຣາແອນ ເລີ່ມດຳເນີນປະຕິບັດການປາບປາມກຸ່ມຮາມັດໃນເຂດແຫຼມກາຊາ ມາຮອດປະຈຸບັນ
ມີຄົນເສຍຊີວິດຫຼາຍກວ່າ 7.703 ຄົນ, ໃນນັ້ນມີເດັກນ້ອຍ 3.500 ຄົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 31/10/2023